Independent news and stories connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

ຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.

ຕັ້ງແຕ່ວັນພຸດໜ້າ (20 ທັນວາ), ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ. ຣັດຖະບານຂອງ ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ. ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄວລຸ້ນທີ່ຮູ້ຈັກເລື່ອງເທັກໂນໂລຈີ ອາດຈະມີວິທີ ຫຼີກລ້ຽງຈາກມາດຕະການນັ້ນ.

ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.

Financial planning can feel stressful for any parent. When it comes to saving for your child's future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.

ການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.

ໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.

ສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.

ອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.

Donald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ. ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ ແລະມີຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍໄດ້ປຽບຢ່າງຫຼາຍ ໂດຍການຮຽກຮ້ອງໃຫ້ Ukraine ຍອມ ສລະ ດິນແດນ ແລະຫ້າມບໍ່ໃຫ້ເຂົ້າຮ່ວມ NATO.

'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຄຳເອີ້ນຂີດຈຳກັດຂອງຄວາມສຳເລັດຂອງຄົນເອເຊັຍ. ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100 ແເພດານນີ້ກຳລັງຈະຖືກທຳລາຍລົງເທື່ອລະນ້ອຍໃນອອສເຕຣເລັຍ.

ດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ. ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ. ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.

ນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ. ລາຍງານຈາກສະຖາບັນ Grattan ພົບວ່າຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ.

AFP ໄດ້ອອກຄໍາເຕືອນຢ່າງຮີບດ່ວນ ສໍາລັບນັກຮຽນຕ່າງຊາດ ທີ່ຈະເດີນທາງອອກຈາກອອສເຕຣເລັຍ ຫລັງຈາກຈົບມະຫາວິທະຍາໄລ.ນັກຮຽນສາມາດເຂົ້າຫາໄດ້ ໂດຍກຸ່ມອາດຊະຍາກັມ ຊຶ່ງສເນີເງິນຫລາຍຮ້ອຍໂດລາ ສໍາລັບການໃຊ້ບັນຊີທະນາຄານ ໃນອອສເຕຣເລັຍຂອງເຂົາເຈົ້າ. ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.

ທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.

ຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.

ໃນຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ. ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.

ການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ. ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.

ໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.

ການຈໍາແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ, ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.

ລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.

ຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.

ມັນເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ the Louvre. ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napolean ທີສາມ ແລະ ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນຄັ້ງນີ້.

ຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ? ຄວາມເມື່ອຍໜ່າຍ ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ. ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ. ຄວາມເມື່ອຍໜ່າຍ ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ. ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.

ໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ. ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.

ທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna ພົບວ່າ ໝາບາງສາຍພັນ ມີການເສບຕິດກັບຂອງຫຼິ້ນຂອງພວກມັນ ຊຶ່ງຄ້າຍຄືກັນກັບ ການເສບຕິດໃນມະນຸດ... ແຕ່ບໍ່ມີຫຼັກຖານທາງວິທຍາສາດທີ່ຈະຮອງຮັບເລື້ອງນີ້ ແຕ່ມັນເປັນການສັງເກດໂດຍທົ່ວໄປເທົ່ານັ້ນ.

ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.

ເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ, ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ? ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ ແຕ່ກໍ ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.

ດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.

ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍ ພະລັງງານນິວເຄລັຍກໍຕາມ. ແຕ່ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບນະໂຍບາຍນີ້ອີກເທື່ອໜຶ່ງ ໂດຍອ້າງເຖິງຄວາມກ້າວໜ້າຂອງດ້ານນີ້ໃນສະຫະຣັດອາເມຣິກາ.

ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ. ການສຶກສາຄົ້ນຄວ້າຂອງອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.

ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981. ເຫດການນີ້ເກີດຂຶ້ນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້. ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.

ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.

ໃນປີ 2065 ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ເພາະຈໍານວນຜູ້ຄົນມີອາຍຸສູງຂຶ້ນ. ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ໃນການເປັນໂຣກນີ້. ແຕ່ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.

ການຄົ້ນຄວ້າໃຫມ່ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງແມ່ນຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ.

ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ(Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ. ຊຶ່ງກົງກັບວັນທີ 30 ເດືອນກັນຍາ.

ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).

Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.

ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ຂອງຝ່າຍຂວາຈັດ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ". ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.

ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.

ຫລາຍກວ່າເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍ ເຫັນວ່າ ຄວາມເຈັບປ່ວຍທີ່ເກີດຈາກອາຫານນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ. ດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້.

ການເຂົ້າຮ່ວມປະຊຸມໃຫຍ່ ສະຫະປະຊາຊາດ ຂອງ Donald Trump ແມ່ນເລື້ອງທີ່ຄາດເດົາໄດ້ຍາກວ່າມັນຈະເປັນແນວໃດ. Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.

ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ. ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.